ສະຫມັກສະມາຊິກ
ສະຫມັກສະມາຊິກ
nth
                   Ads

ພະທາດອິນແຂວນ ຫຼື ຫີນທີ່ຄວນມາກາບໄຫວ້ເມື່ອມາມຽນມາ







ອາທິດ, ວັນທີ 19 ມິຖຸນາ 2016, ເວລາ 11:50

ພາບຈາກ: mahayeon

          ພະທາດອິນແຂວນ ຫຼື ໄຈທີໂຍໃນພາສາມອນໝາຍຄວາມວ່າຫີນຮູບຫົວລືສີ. ພະທາດອິນແຂວນຕັ້ງຢູ່ທີ່ເມືອງໄຈໂທ (Kyaikto) ເມືອງ
ສະເທິມ, ເຂດຣັດມອນຂອງປະເທດມຽນມາ. ເທິງຈອມພູພວງລວງເໜືອລະດັບນໍ້າທະເລ 3,615 ຟຸດ (1,200 ແມັດ) ລັກສະນະເດັ່ນຂອງ ພະທາດອິນແຂວນຄືມີລັກສະນະເປັນກ້ອນຫີນສີທອງຂະໜາດໃຫຍ່ສູງ 5,5 ແມັດ, ຕັ້ງຢູ່ເທິງໜ້າຜາສູງຊັນຄ້າຍໆກັບວ່າມັນຈະຕົກລົງມາ ແລະ ທ້າທາຍແຮງດຶງດູດຂອງໂລກໂດຍບໍ່ຕົກລົງມາຢ່າງເຫຼືອເຊື່ອ. ພະທາດອິນແຂວນນັບເປັນ 1 ໃນ 5 ສິ່ງສັກສິດທີ່ຊາວມຽນມາຕ້ອງໄປສັກກາລະ ແລະ ຍັງເປັນພະທາດປະຈຳປີຈໍທີ່ຄົນເກີດປີນີ້ຕ້ອງໄປນະມັດສະການຄັ້ງໜຶ່ງໃນຊີວິດ.


ພາບຈາກ: Wikipedia

          ມີຕຳນານເລົ່າຂານກັນໃນສະໄໝພຸດທະການວ່າລືສີຕິດສະເປັນຜູ້ໜຶ່ງທີ່ໄດ້ຮັບ ພະເກສາຈາກພະພຸດທະເຈົ້າທີ່ ໄດ້ມອບໃຫ້ໄວ້ເປັນ ຕົວແທນຂອງພະພຸດທະອົງໃຫ້ປະຊາຊົນສັກກາລະ. ເມື່ອໄດ້ມາສະແດງທໍາມະເທດສະນາທີ່ດິນແດນສຸວັນນະພູມ. ຜູ້ທີ່ໄດ້ຮັບມອບພະເກສາ ຕ່າງກໍ່ນໍາໄປບັນຈຸໃນເຈດີ, ສ່ວນລືສີຕິດສະກັບນຳໄປເຊື່ອງໄວ້ໃນມວຍຜົມ.


ພາບຈາກ: onetwocr

          ເມື່ອເວລາລ່ວງເລີຍເຖິງຄາວທີ່ລືສີຕ້ອງລະສັງຂານເຕັມທີ່ເຂົາຕັ້ງໃຈໄວ້ວ່າຈະນຳພະເກສາໄປບັນຈຸໄວ້ໃນກ້ອນຫີນທີ່ມີຮູບຮ່າງຄ້າຍກັບຫົວ
ຂອງເຂົາ. ທ້າວສັກກະເທວະລາດ(ພະອິນ) ຈຶ່ງຊ່ວຍເສາະຫາກ້ອນຫີນດັ່ງກ່າວຈາກໃຕ້ທ້ອງມະຫາສະໝຸດ ແລະ ນຳມາວາງ ຫຼື ແຂວນໄວ້ເທິງພູຫີນ.


ພາບຈາກ: pinterest

          ບາງຕຳນານກໍ່ເລົ່າວ່າ ມີລືສີອົງໜຶ່ງເຊື່ອງພະເກສາທີ່ໄດ້ຮັບມາຈາກພະພຸດທະເຈົ້າເມື່ອຄັ້ງທີ່ມາໂປດເປັນສັດໃນຖ້ຳໄວ້ໃນມວຍຜົມມາເປັນ ເວລາດົນ. ເມື່ອໃກ້ເຖິງວາລະທີ່ຕ້ອງລະສັງຂານຈຶ່ງຕັດສິນໃຈມອບພະເກສາໃຫ້ກັບພະເຈົ້າຕິດສະ. ກະສັດຜູ້ຄອງນະຄອນແຫ່ງໜຶ່ງ ເຊິ່ງເປັນລູກ ສິດທີ່ນໍາມາຝາກໃຫ້ລືສີຊ່ວຍລ້ຽງດູຕັ້ງແຕ່ນ້ອຍ. ແຕ່ກ່ອນອື່ນ, ພະເຈົ້າຕິດສະຕ້ອງຫາກ້ອນຫີນທີ່ມີລັກສະນະຄ້າຍຫົວຂອງລືສີໂດຍມີພະອິນເປັນຜູ້ຊ່ວຍ ຄົ້ນຫາຈາກໃຕ້ມະຫາສະມຸດນຳມາວາງໄວ້ທີ່ໜ້າຜາ.


ພາບຈາກ: maryvillano

ທີ່ມາ: Wikipedia

ມ່ວນ ແລະ ມັກຫົວຂໍ້ນີ້ບໍ?
 


 

 

gotop

"ສະບາຍດີອາຊຽນ"
ບ້ານ ໂພນຕ້ອງສະຫວາດ, ເມືອງຈັນທະບູລີ, ນະຄອນຫຼວງ
ຕິດຕໍ່ ແລະ ສົນໃຈລົງໂຄສະນາກັບພວກເຮົາໄດ້ທີ່
ໂທ: +856 2028038267
ອີເມວ: sabaideeasean@gmail.com
www.sabaideeAsean.com © 2016    ຂໍສະຫງວນລິຂະສິດ
      ຕິດຕາມພວກເຮົາໄດ້ທີ່:   social media
 

facebook twitter instagram youtube
Free Web Hosting